ຄວາມສໍາຄັນຂອງພາສາອັງກິດ
ພາສາອັງກິດໄດ້ເຂົ້າມາມີບົດບາດສໍາຄັນໃນຊີວິດຂອງພວກເຮົາ ເພາະຄົນທັງຫຼາຍໃນໂລກນີ້ຕ່າງກໍ່ໃຊ້ພາສາອັງກິດເຂົ້າໃນການສື່ສານ ຊຶ່ງບໍ່ຈະເປັນການຕິດຕໍ່ສື່ສານໂດຍກົງ, ອິນເຕິເນັດ, ໂທລະພາບ, ໜັງ, ການຂຽນໂປຣແກຣມຄອມພິວເຕີ, ໜັງສືຄູ່ມືທາງດ້ານວິຊາການຕ່າງໆ. ນັກສຶກສາຄົນໃດທີ່ສໍາເລັດການສຶກສາຈາກມະຫາວິທະຍາໄລ ຫຼື ສາຖາບັນໃດໜຶ່ງຫາກສາມາດເວົ້າພາສາອັງກິດ ຫຼື ຂຽນພາສາອັງກິດໄດ້ກໍ່ມີໂອກາດຊອກຫາວຽກງານເຮັດທັງພາຍໃນ ແລະ ຕ່າງປະເທດ. ແນ່ນອນຖ້າຫາກທ່ານຫາກສາມາດເວົ້າ ຫຼື ຂຽນພາສາອັງກິດໄດ້ ທ່ານກໍ່ມີສິດທິພິເສດກວ່າຄົນທີ່ບໍ່ໄດ້ພາສາອັງກິດ. ໃນປະຈຸບັນນີ້ ໂລກຂອງພວກເຮົາແຄບລົງຍ້ອນຄອມພິວເຕີ ແລະ ອິນເຕີເນັດ ຢ່າງເຫັນໄດ້ຊັດເຈນ. ໃນນັ້ນທ່ານສາມາດຮັບຮູ້ຂ່າວສານທົ່ວໂລກ ແລະຕິດຕໍ່ກັບໝູ່ຊາວຕ່າງຊາດກໍ່ໄດ້ຊຶ່ງໃຊ້ເວລາພຽງວິນາທີ. ທ່ານຈະບໍ່ສາມາດເຂົ້າເຖິງສິດທິພິເສດໃນດ້ານນີ້ເລີຍ ຖ້າຫາກທ່ານບໍ່ຮູ້ພາສາອັງກິດ.ຍຸກໂລກາພິວັດນີ້ມັນໄດ້ເຂົ້າມາອິດທິພົນຕໍ່ໂລກເຮົາຢ່າງຫຼີກລ້ຽງບໍ່ໄດ້ ແລະ ມັນຍັງຄົງຈະເພີ່ມຂື້ນເລື້ອຍໆ. ດັ່ງນັ້ນ, ການຮຽນຮູ້ພາສາອັງກິດຈຶ່ງຍ່ອມໄດ້ປຽບກວ່າໝູ່ ເພາະການໃຊ້ພາສາດຽວກັນຕິດຕໍ່ສື່ສານຍ່ອມຮູ້ເລື່ອງ ແລະ ສໍາຄັນກວ່າການໃຊ້ພາສາອື່ນໆທີ່ບໍ່ເຂົ້າໃຈກັນ.ດັ່ງທີ່ພວກເຮົາຊາບກັນດີແລ້ວວ່າ ປະເທດໃດກໍ່ຕາມຫາກໃຫ້ຄວາມສໍາຄັນຕໍ່ການຮຽນພາສາອັງກິດ ກໍ່ຈະມີໂອກາດໃນການຈ້າງງານ ແລະ ໄດ້ຮັບການສະໜັບສະໜູນສົ່ງເສີມໃນໜ້າທີ່ການງານຫຼາຍກວ່າຜູ້ບໍ່ມີທັກສະດ້ານພາສາເລີຍ. ຕົວຢ່າງບໍລິສັດໃດໜຶ່ງປະກາດຮັບເອົາພະນັກງານເຂົ້າເຮັດວຽກກໍ່ຈະມັກລົງດ້ວຍປະໂຫຍກທີ່ “ຖ້າຮູ້ເວົ້າ, ອ່ານ ແລະ ຂຽນພາສາອັງກິດໄດ້ຈະພິດຈາລະນາເປັນພິເສດ”
ເນື່ອງຈາກພາສາອັງກິດມີການນໍາໃຊ້ຢ່າງແຜ່ຫຼາຍໃນໂລກ
ມີການຈັດຕັ້ງການຮຽນການສອນຂື້ນຫຼາຍກວ່າພາສາອື່ນໆ
ຈຶ່ງເຮັດໃຫ້ພາສາອັງກິດເປັນພາສາສາກົນທີ່ຕິດຕໍ່ສື່ສານໄດ້ໃນທົ່ວໂລກ.