Speaking


1. Actually
ໃຊ້ຂື້ນຕົ້ນປະໂຫຍກເພື່ອສະແດງຄວາມຈິງທີ່ມີຕໍ່ສິ່ງໃດໜຶ່ງ
Ex. Actually, I like to read different books a lot. ໃນຄວາມເປັນຈິງແລ້ວຂ້ອຍມັກຈະອ່ານປື້ມຫຼາກຫຼາຍຊະນິດທີ່ແຕກຕ່າງກັນ.
2. To tell the truth,
ນີ້ກໍເປັນອີກຄໍາທີ່ສະແດງເຖິງຄວາມຈິງໃດໜຶ່ງຢາກບອກຊຶ່ງເມື່ອເວົ້າອອກໄປກໍ່ເຮັດໃຫ້ມີມົນສະເໜ່ສໍາຫຼັບຄົນທີ່ບໍ່ແມ່ນເຈົ້າຂອງພາສາ
Ex. To tell the truth, I love Vang Vieng rather than Hinherb. ຂໍບອກຄວາມຈິງເດີວ່າ ຂ້ອຍມັກວັງວຽງຫຼາຍກວ່າຫີນເຫີບ.
3. Seriously
ໃຊ້ສະແດງເຖິງຄວາມຫ້າວຫັ້ນ, ຈິງຈັງ, ເວົ້າແທ້ເດີ ບໍ່ໄດ້ເວົ້າຫຼີ້ນໃດ໋
Ex. Seriously I’d like to have at least eight A for this term. ເວົ້າແທ້ໆເດີ ເທີມນີ້ຂ້ອຍຢາກໄດ້ A ຈັກແປດໂຕພໍ.
4. If you ask me
ໃຊ້ຂື້ນຕົ້ນປະໂຫຍກທີ່ສະແດງຄວາມຄິດເຫັນສ່ວນຕົວ ຫຼື ທັດສະນະຄະຕິ ໂດຍສະເພາະໃນປະໂຫຍກທີ່ເຈົ້າຖືກຖາມ ແລະ ຄິດວ່າຄໍາຕອບອາດຈະບໍ່ຖືກໃຈຜູ້ຖືກຖາມແນ່ນອນ
Ex. Sone dropped out this year. If you ask me, he didn’t have enough money to pay for the terms. ສອນຫຍຸດຮຽນໄວ້ໃນປີນີ້ ຖ້າຖາມຂ້ອຍ ຂ້ອຍວ່າລາວບໍ່ມີເງິນພໍຈ່າຍຄ່າເທີມຫັ້ນລະ.
5. Obviously
ໃຊ້ກັບເລື່ອງທີ່ຈະບອກວ່າກໍ່ເຫັນເດ ຖ້າຈະແປໃຫ້ງ່າຍ ແລະ ເຂົ້າໃຈກໍ່ຄື ບໍ່ຕ້ອງສົງໃສເລີຍວ່າ/ເຫັນໄດ້ຊັດເຈນວ່າ
Ex. He is obviously good at English. ເຫັນໄດ້ຢ່າງຊັດເຈນວ່າ ລາວເກັ່ງພາສາອັງກິດ.
6. I must admit
ແປຕາມຕົວກໍ່ໄດ້ຄວາມໝາຍວ່າ ຂ້ອຍຕ້ອງສາລະພາບວ່າ ເປັນຄໍາທີ່ຂື້ນຕົ້ນປະໂຫຍກເມື່ອເຮົາຈະກ່າວເຖິງສິ່ງທີ່ເຮົາບໍ່ຢາກຈະເວົ້າອອກເລີຍ.
Ex. I must admit I don’t really like your behavior. ບໍ່ຢາກຈະເວົ້າອອກໄປດອກ ແຕ່ຂ້ອຍບໍ່ມັກການປະພຶດຂອງໝູ່ເຈົ້າເລີຍ.
7. I’m afraid
ຖ້າແປແບບກົງໆກໍຈະໄດ້ຄວາມໝາຍວ່າ ຂ້ອຍຢ້ານວ່າ ຊຶ່ງເຮົາໃຊ້ໃນປະໂຫຍກທີ່ບອກເຖິງເຮົາເຮັດອັນໃດໜຶ່ງຜິດ ແລະ ຢາກຂໍໂທດ.
Ex. I’m afraid I forgot to pay the bus. ຂໍໂທດເດີ ຂ້ອຍລືມຈ່າຍຄ່າໂດຍສານ.
8. Fortunately
ໂຊກດີອິຫຼີ/ໂຊກດີເນາະ ສະແດງເຖິງອາການດີໃຈຕໍ່ກັບສະຖານະການທີ່ເກີດຂື້ນ.
Ex. Fortunately, it didn’t rain on holiday. ໂຊກດີເນາະ ທີ່ຝົນມັນບໍ່ຕົກໃສ່ມື້ວັນພັກ.
9. I see
ໃຊ້ແດງເຖິງຄວາມເຂົ້າໃນສິ່ງທີ່ຄູ່ສົນທະນາເວົ້າມາ ຊຶ່ງບາງຄົນອາດຈະແປວ່າ ຂ້ອຍເຫັນກໍ່ໄດ້ ແຕ່ໃນເວລາສະແດງເຖິງຄວາມເຂົ້າໃຈແລ້ວແມ່ນຈະອອກມາໃນຮູບແບບດັ່ງນີ້.
Ex. I see what you have just said. ຂ້ອຍເຂົ້າໃຈເດີ ໃນສິ່ງທີ່ເຈົ້າເວົ້າເມື່ອກິນີ້.
10. I just want to make sure
ບາງທີເຈົ້າໄດ້ອະທິບາຍໃຫ້ພະນັກງານເຂົ້າໃຈຊັດເຈນ, ເຈົ້າໝັ້ນໃຈວ່າພວກເຂົາຈະເຮັດໜ້າທີ່ຮຽບຮ້ອຍ ແຕ່ມັນຈະດີກວ່າທີ່ຈະກວດສອບການເຮັດວຽກຂອງທຸກໆຄົນ
Ex. I just want to make sure. Are you ready to go with me tomorrow? ຂ້ອຍພຽງຢາກແນ່ໃຈວ່າ ເຈົ້າພ້ອມແລ້ວບໍ່ທີ່ຈະໄປນໍາຂ້ອຍມື້ອື່ນ.
..........................................................................................................
10 ຄໍາ ຫຼື ສໍານວນທີ່ນໍາຝາກນີ້ຈະເຮັດໃຫ້ເຈົ້າຂອງພາສາອື້ງ ແລະ ຍົກໂປ້ໃຫ້ ຖ້າຫາກຈື່ຈໍາ ແລະ ນໍາໄປໃຊ້

ຂໍໃຫ້ໂຊກດີ.



+++++++++++++++++++++++++++++++++++++++++++++++++++++++++++++++++++++++++++++++++++++++++++
คลิปศัพท์พื้นฐาน + เสียง + ภาพ
Published on Thursday, 26 January 2017 16:02 | Written by Super User |  |  | Hits: 23

ฝึกออกเสียงตามไปด้วยก็ดีครับ
https://www.youtube.com/watch?v=cg401iduuUo

No comments:

Post a Comment