ຫຼັກການນໍາໃຊ້
Verb to be
- ຖ້າເປັນກິລິຍາສໍາຄັນຂອງປະໂຫຍກ ມີຄວາມໝາຍວ່າ ເປັນ, ຢູ່, ຄື, ແມ່ນ
- ໃຊ້ວາງໄວ້ໜ້າຄໍາທີ່ເປັນ Adjective (ຄໍາຄຸນນາມ)
- ໃຊ້ເປັນກິລິຍາຊ່ວຍໃນໂຄງສ້າງຂອງປະໂຫຍກ Continuous (ປະໂຫຍກທີ່ມີກິລິຍາ ing)
- ໃຊ້ເປັນກິລິຍາຊ່ວຍໃນໂຄງສ້າງຂອງປະໂຫຍກ Passive Voice (ປະໂຫຍກທີ່ປະທານເປັນຜູ້ຖືກກະທໍາ)
- ໃຊ້ກັບປະທານໃນປະໂຫຍກ
ຄໍາວ່າ
Verb to be ປະກອບມີຄື: is, am, are ຊຶ່ງແຕ່ລະຄໍາດັ່ງກ່າວນີ້ແມ່ນໃຊ້ກັບປະທານທີ່ແຕກຕ່າງກັນດັ່ງລຸ່ມນີ້
- ຖ້າປະທານເປັນເອກະພົດບຸຣຸດທີ
3 ຊຶ່ງໄດ້ແກ່ He She It ຫຼື ຊື່ຄົນຄົນດຽວ, ສັດຕົວດຽວ ແລະ ສິ່ງຂອງອັນດຽວທີ່ເຮົາເວົ້າເຖິງຕ້ອງໃຊ້ is ດັ່ງໂຄງສ້າງ ແລະ ປະໂຫຍກຕົວຢ່າງດັ່ງນີ້:
It is a banana.
My father is
dancing on the stage.
The pen is new.
Atheuo is
saleswoman.
She is in the
toilet.
2. ຖ້າປະທານເປັນເອກະພົດບຸຣຸດທີ 1 (ຜູ້ເວົ້າຄົນດຽວ) ຊຶ່ງໄດ້ແກ່ I ແລະຕ້ອງໄປກັບ am
ຕົວຢ່າງ:
I am a driver.
I am in U.S.A now.
3. ປະທານເປັນພະຫູພົດທຸກບຸຣຸດ
ຊຶ່ງໄດ້ແກ່ We You They ຫຼື ຊື່ຄົນຫຼາຍຄົນ ສັດຫຼາຍຕົວ
ແລະ ສິ່ງຂອງຫຼາຍອັນທີ່ຖືກເວົ້າ..........ທີ່ເຮົາໃຊ້ຄື are
ຕົວຢ່າງ:
We are doctors.
My father and I
are in the bank.
They are
businessmen.
You are very
smart.
Somchan and his
friends are in the zoo.
The singers are in
the concert tonight.
- ການສ້າງປະໂຫຍກທີ່ມີ Verb to be ໃຫ້ເປັນປະໂຫຍກປະຕິເສດ ມີວິທີດັ່ງນີ້:
ໃຫ້ຕື່ມ
not ລົງໄປໃນຕໍາແໜ່ງຕໍ່ຈາກ verb to be ຄືວາງໄວ້ຂ້າງຫຼັງຂອງ is, am, are ເຊັ່ນ:
We are not
farmers.
Somphet is not
watching the movie.
They are not in
the room.
I am not a sister.
ໝາຍເຫດ:
ເຮົາສາມາດຂຽນ verb to be ແບບຫຍໍ້ໃນຮູບແບບຂອງປະໂຫຍກປະຕິເສດໄດ້ັດັ່ງນີ້:
is not – isn’t (ອ່ານວ່າ ອິດເຊິນທ໌)
are not – aren’t (ອ່ານວ່າ ອາເຣິນທ໌)
ສ່ວນ
am not ຈະບໍ່ຂຽນຫຍໍ້
- ການສ້າງປະໂຫຍກທີ່ມີ
Verb to be ໃຫ້ເປັນປະໂຫຍກຄໍາຖາມ Yes No Question ມີວິທີດັ່ງນີ້:
-ໃຫ້ນໍາເອົາ Verb to be ມາວາງໄວ້ໜ້າປະໂຫຍກແລ້ວຂຽນຂື້ນຕົ້ນດ້ວຍຕົວພິມໃຫຍ່
ແລະເອົາປະທານຂອງປະໂຫຍກມາວາງຕໍ່ຈາກ Verb
to be ຫຼັງຈົບປະໂຫຍກຕ້ອງໃຊ້ເຄື່ອງໝາຍຄໍາຖາມ
(Question Mark) ເຊັ່ນ:
She is in the
toilet. ປ່ຽນເປັນ Is she in the toilet?
They are workers. ປ່ຽນເປັນ Are they workers?
I am so late. ປ່ຽນເປັນ Am I late?
ສະຫຼຸບເປັນໂຄງສ້າງໄດ້ດັ່ງນີ້:

No comments:
Post a Comment